ກ່ຽວກັບ LaoMee
LaoMee (ລາວມີ) ເປັນອອນລາຍເພັລດຟອມ ທີ່ຖືກສ້າງຂື້ນເພື່ອເປັນຈຸດເຊື່ອມຕໍ່ເລະຫ່ວາງຜູ້ຊອກ ແລະ ຜູ້ສະໜອງ, ໂດຍສະເພາະແມ່ນ:
- ຜູ້ຊອກວຽກ ແລະ ຜູ້ຕ້ອງການແຮງງານ
- ຜູ້ຊອກຫາທີ່ພັກ ແລະ ຜູ້ມີທີ່ພັກໃຫ້ເຊົ່າ
- ຜູ້ຕ້ອງການຊື້ ແລະ ຜູ້ຕ້ອງການຂາຍ
- ຜູ້ທີ່ໃຫ້ການບໍລິການ ແລະ ຜູ້ຕ້ອງການການບໍລິການ
ທ່ານສາມາດລົງປະກາດທົ່ວໄປໄດ້ ໂດຍບໍ່ຈຳເປັນຕ້ອງເສຍຄ່າທຳນຽມໃດໆ. ພ້ອມນັ້ນ, ຜູ້ທີ່ຕ້ອງການ ກໍ່ສາມາດຕິດຕໍ່ຫາທ່ານໄດ້ໂດຍກົງ ທາງອີເມວ, ໂທລະສັບ, ຂໍ້ຄວາມ ຫຼື ວອັດແອັບ. LaoMee ຈະບໍ່ມີສ່ວນກ່ຽວຂ້ອງໃນການຕັດສິນໃຈ ຫຼື ການເຮັດທຸລະກຳຕ່າງໆ. ພວກເຮົາ LaoMee ມີຈຸດປະສົງຢາກໃຫ້ການເຊື່ອມຕໍ່ລະຫ່ວາງບັນດາພາກສ່ວນທີ່ກ່າວມາຂ້າງເທິງນັ້ນເປັນໄປໄດ້ງ່າຍຂື້ນ, ເຊິ່ງຈະເປັນສ່ວນໜື່ງ ໃນການສົ່ງເສີມໃຫ້ເກີດການສ້າງວຽກເຮັດງານທຳ ແລະ ສ້າງຄວາມສະດວກສະບາຍໃຫ້ເກີດຂື້ນໃນສັງຄົມ.
ໃນ LaoMee ທ່ານສາມາດລົງປະກາດທຸກປະເພດ ແລະ ທຸກຂະໜາດ, ບໍ່ວ່າຈະນ້ອຍ ຫຼື ໃຫ່ຍ. ບາງຕົວຢ່າງຄວາມຕ້ອງການ ທີ່ທ່ານສາມາດລົງປະກາດໄດ້ເຊັ່ນ:
1. ຮັບສະໝັກວຽກ, ທ່ານຕ້ອງການ:
- ຊອກກຳມະກອນ ຫືຼ ຊ່າງ ມາເຮັດເຮືອນ, ເຮັດກຳແພງ, ເທໜ້າບ້ານ ຫືຼ ເຈາະນຳ້ບາດານ.
- ຮັບສະໝັກ ພະນັກງານເສີບ, ຕ້ອນຮັບ ມາເຮັດວຽກໃນຮ້ານອາຫານ ຫືຼ ໂຮງແຮມ.
- ຮັບພະນັກງານ ຂາຍເຄື່ອງໃນຮ້ານ, ຍາມ, ຂັບລົດ ຫຼື ປະເພດອື່ນໆ.
> ເບິ່ງປະກາດຕົວຢ່າງ ຮັບສະໝັກວຽກ
2. ທີ່ພັກໃຫ້ເຊົ່າ:
- ທ່ານມີເຮືອນ ຫືຼ ຫ້ອງແຖວຫ່ວາງ ຕ້ອງການຊອກຄົນມາເຊົ່າ
- ທ່ານເປັນນັກຮຽນ ເຊົ່າຫ້ອງຢູ່ແລ້ວ ແຕ່ຕ້ອງການຊອກໝູ່ມາຢູ່ນຳ ແລະ ແຊຄ່າເຊົ່ານຳກັນ
- ເຮືອນ ຫຼື ອາພາດເມັນ ທີ່ທ່ານຢູ່ ມີຫ້ອງຫ່ວາງ ແລະ ຢາກໃຫ້ຄົນມາເຊົ່າຢູ່ນຳ
> ເບິ່ງປະກາດຕົວຢ່າງ ທີ່ພັກໃຫ້ເຊົ່າ
3. ຊື້ & ຂາຍ
- ທ່ານຕ້ອງການຂາຍດິນ, ເຮືອນ, ລົດໃຫ່ຍ, ລົດຈັກ, ມືຖື, ໂຕະຕັ່ງຕ່າງໆ.
- ທ່ານຕ້ອງການຊື້ລົດມືສອງ ຫືຼ ດິນຢູ່ບາງເຂດ ໃນລາຄາທີ່ທ່ານສາມາດຊື້ໄດ້ ທ່ານກໍ່ສາມາດລົງປະກາດໄດ້ ແລະ ອາດມີຄົນຕິດຕໍ່ເພື່ອສະເໜີໃຫ້ທ່ານ.
4. ການບໍລິການ
- ທ່ານຕ້ອງການໃຫ້ບໍລິການເຊັ່ນ: ບໍລິການລ້ຽງເດັກ, ສອນເພີ່ມ, ສົ່ງຂອງ ຫຼື ຈັດງານຕ່າງໆ ທ່ານກໍ່ສາມາດລົງປະກາດຫາຜູ້ຕ້ອງການໄດ້.
> ເບິ່ງປະກາດຕົວຢ່າງ ການບໍລິການ
ຖ້າທ່ານມີຄຳຖາມ, ມີຄຳຄິດເຫັນ ຫຼື ຄຳແນະນຳໃດໆ, ທ່ານສາມາດຕິດຕໍ່ ພວກເຮົາໄດ້ທາງ ອິເມວ: info@laomee.com ຫຼື ທາງຂໍ້ຄວາມຂ້າງລຸ່ມ: